ແຜນກາຍຍະພາບບໍາບັດ
ແຜນກາຍຍະພາບບໍາບັດ ໂຮງພະຍາບານກຸງເທບອຸດອນໃຫ້ບໍລິການທາງກາຍຍະພາບບໍາບັດຢ່າງມີຄຸນະພາບຕາມມາດຕາຖານວິຊາຊີບພອ້ມເຄື່ອງມືທີ່ທັນສະໃໝໄດ້ມາດຕາຖານເພື່ອສົ່ງເສີມປອ້ງກັນຮັກສາແລະຟື້ນຟູສຸຂະພາບຢ່າງມີຄຸນນະພາບໂດຍແພດຜູ້ຊຽວຊານນັກກາຍຍະພາບບໍາບັດນັກກິດຈະກໍາບໍາບັດບໍລິການດ້ານການຮັກສາແລະໂປແກມດັ່ງນີ້:
ງານກາຍຍະພາບບໍາບັດ
· ກາຍຍະພາບບໍາບັດໃນຄົນເຈັບລະບົບປະສາດບໍລິການດ້າການຟື້ນຟູບັນຫາທາງລະບົບປະສາດອໍາມະພືກອໍາມະພາດບາດເຈັບກະດູກໄຂສັນຫຼັງ
· ກາຍຍະພາບບໍາບັດໃນຄົນເຈັຍລະບົບືາງເດີນຫາຍໃຈ ຜົ້ງເອິກແລະເສັ້ນເລືອດ
· ກາຍຍະພາບບ່າບັດໃນຄົນເຈັບກະດູກ ຂໍ້ແລະກ້າມຊີ້ນຜູ້ທີ່ມີບັນຫາອາການປວດເຊັ່ນ:ປວດຫຼັງ ປວດເຂົ່າ ອອຟຟີຊິຮໂດມເປັນຕົ້ນ
· ກາຍຍະພາບບໍາບັດເພື່ອຟື້ນຟູສະມັດທະພາບພະຍາດົວໃຈທັງກອ່ນແລະຫຼັງຜ່າຕັດ
· ການໃຫ້ຄໍາແນະນໍາໃນການອອກກໍາລັງກາຍໃນມາດຕາກອ່ນເກີດແລະຫຼັງເກີດ
· ເພີ້ມປະສິດທິພາບແລະຟີ້ນຟູການເຮັດວຽກຂອງກ້າມຊີ້ນເຊັ່ນອາການບາດເຈັບຫຼັງຈາກການຫຼື້ນກິລາສ້າງໂປແກມການອອກກໍາລັງກາຍໃຫ້ເໝາະກັບຄົນເຈັບແຕ່ລະຄົນ
· ໃຫ້ບໍລິການໃຫ້ຄໍາແນະນໍາການໃຊ້ອຸປະກອນກາຍຍະພາບບໍາບັດຕ່າງໆເຊັ່ນໄມ້ຄໍ້າ ໄມ້ເທົ້າສາມຂາ ອຸປະກອນຄໍ້າຫຼັງ
· ໂປແກມການດູແລຕໍ່ເນື່ອງຫຼັງຈາກຄົນເຈັບກັບບ້ານ
ງານກິດຈະກໍາບໍາບັດ
· ການກວດປະເມີນທາງກິດຈະກໍາບໍາບັດ
· ການຮັກສາຄົນເຈັບທີ່ມີບັນຫາດ້ານການຮັບຮູ້ແລະຮຽນຮູ້
· ການຝືກຝົນທັກສະໃນການເຮັດກິດຈະວັດປະຈໍາວັນ
· ການກວດປະເມີນແລະການຮັກສາຜູ້ທີ່ມີບັນຫາການກືນ
· ການກະຕຸ້ນພັດທະນາການເດັກ
· ການກະຕຸ້ນຄົນເຈັບທີ່ມີບັນຫາຄວາມບົກຜອ່ງດ້ານການເວົ້າ
· ຝືກທັກສະການໃຊ້ມືຢີບຈັບໃນຮູບແບບຕ່າງໆໃນຄົນເຈັບທີ່ມີບັນຫາການໃຊ້ມື
· ຝືກການເຄື່ອນໄຫວຂອງລະຢ່າງສວ່ນເທິງໃນຄົນເຈັບທີ່ມີອາການອອ່ນແຮງ
ການໃຫ້ບໍລິການ
· ຮັກສາໂດຍຄື້ນເໜືອສຽງ (Ultrasound Therapy) ເພື່ອລົດອາການປວດການອັກເສບຂອງກ້າມຊີ້ນ
· ຮັກສາດວ້ຍຄີ້ນແມ່ເຫຼັກໄຟຟ້າຄວາມຮອ້ນລືກ (Short wave Diathermy)ເພື່ອບັນເທົາອາການປວດກ້າມຊີ້ນແລະຂໍ້ຕໍ່ອັກເສບ
· ຮັກສາດວ້ຍຄວາມຮອ້ນແບບຕື້ນ (Superficial Heat ) ໄດ້ແກ່ແຜ່ນປະຄົບຮອ້ນ ຖົງເຢັນຮອ້ນແລະຂີ້ເຜີ້ງພາຣາຟີນເປັນຕົ້ນ
· ຮັກສາດ້ວຍເຄື່ອງໄຟຟ້າລົດປວດ( Interferential Current , TENS)
· ເຄື່ອງຄືງຄໍ (Cervical traction)ເຄື່ອງຄືງຫຼັງ (Pelvic traction)
· ຮັກສາອາການປວດດ້ວຍເຄື່ອງເລເຊີ (Laser Therapy) ,ເຄື່ອງຄື້ນກະແທກ(Shock wave Therapy)
· ຮັກສາດ້ວຍການກະຕຸ້ນໄຟຟ້າ (Electrical stimulation)
· ການອອກກໍາລັງກາຍເພື່ອການຮັກສາໃນກຸ່ມຄົນເຈັບພະຍາດຕ່າງໆເຊັ່ນຄົນເຈັບອໍາມະພິກອໍາມະພາດຄົນເຈັບພະຍາດຫົວໃຈໂດຍນັກກາຍຍະພາບບໍາບັດແລະອຸປະກອນເຄື່ອງມືທີ່ທັນສະໃໝເຊັ່ນ ເຄື່ອງບໍລິຫານເຂົ່າແບບຕໍ່ເນື່ອງເຄື່ອງຄໍ້າຕົວໃນການຊ່ວຍຢືນ ອຸປະກອນອອກກໍາລັງກາຍເພື່ອເພີ້ມຄວາມແຂງແຮງຂອງກ້າມຊີ້ນ
· ກສາດ້ວຍການຕັດແລະດິງ(Mobilization and Manipulation) ການນວດເພື່ອການຮັກສາ(Therapeutic Massage)
· ການເຮັດກາຍຍະພາບບໍາບັດໃນຜູ້ໃຫ່ຍແລະເດັກທີ່ມີບັນຫາ ໄອ ຂີ້ເຖື່ອັ່ງຄ້າງໂດຍການເຄາະປອດ ດູດຂີ້ເຖື່ດ້ວຍເຕັກນິກທາງກາຍຍະພາບບໍາບັດ
· ການຝືກຝົນທັກສະໃນການເຮັດກິດຈະວັດປະຈໍາວັນຕ່າງໆຝືກຍ່າງໃຊ້ອຸປະກອນຊ່ວຍຍ່າງ